ກຸ່ມຄູ່ຮ່ວມຂອງໂຄງການປະກອບມີ 12 ສະຖາບັນ ຈາກ 7 ປະເທດທີ່ແຕກຕ່າງກັນ ( ສະຫະພາບເອີຣົບ-EU 3 ປະເທດ ແລະ ອາຊີ 4 ປະເທດ)

ຄູ່ມຮ່ວມຈາກສະຫະພາບເອີຣົບແມ່ນມີປະສົບການທີດີໃນການຈັດຕັ້ງປະຕິບັດໂຄງການທຶນສົມທົບມາແລ້ວຫຼາຍໂຄງການ. 3 ໃນສີ່ຄູ່ຮ່ວມນັ້ນເປັນສະຖາບັນການສຶກສາຊັ້ນສູງ ແລະ ໜື່ງ ຂອງ ສີ່ຄູ່ຮວ່ມເປັນຜູ້ໃຫ້ການຝຶກອົບຮົມດ້ານການສຶກສາ. ຄູ່ຮ່ວມຈາກບັນດາປະເທດອາຊີ ແມ່ນສະຖາບັນການສຶກສາຊັ້ນສູງ ທີ່ມາຈາກ 4 ປະເທດທີ່ແຕກຕ່າງກັນໃນ ອາຊີ (ສປປ ລາວ, ສສ ຫວຽດນາມ, ສປ ຈີນ ແລະ ອິນໂດເນເຊຍ). ທຸກສະຖາບັນການສຶກສາຊັ້ນສູງນັ້ນແມ່ນມີສາຍວິຊາສະເພາະດ້ານການກະສິກໍາ ຫຼື ໃນສະຖາບັນການສຶກສາຊັ້ນສູງເຫຼົ່ານັ້ນມີຄະນະກະເສດກະເສດສາດ.

ຄູ່ຮ່ວມໂຄງການ SFARM ມີດັ່ງລຸ່ມນີ້:

  • ມະຫາວິທະຍາໄລ ກະເສດສາດ ອາເທັນ – ເກຣັກ (ຜູ້ປະສານງານຫຼັກ)
  • ມະຫາວິທະຍາໄລ ເອໂວຣາ – ປັອກຕຸຍການ
  • ມະຫາວິທະຍາໄລ ບາຊີລີຄາທາ – ອີຕາລີ
  • ສະຖາບັນໃຫ້ການຝຶກອົບຮົມດ້ານການການສຶກສາເອີໂຣເທຣັນນິງ – ເກຣັກ
  • ມະຫາວິທະຍາໄລກະເສດສາດ ແລະ ປ່າໄມ້ ເຫວ- ສສ ຫວຽດນາມ
  • ມະຫາວິທະຍາໄລໄຕຫງຽວນ – ສສ ຫວຽດນາມ
  • ມະຫາວິທະຍາໄລ ຈໍາປາສັກ – ສປປ ລາວ
  • ມະຫາວິທະຍາໄລ ສະຫວັນນາເຂດ – ສປປ ລາວ
  • ມະຫາວິທະຍາໄລຕາເວັນຕົກສ່ຽງໃຕ້ – ສປ ຈີນ
  • ມະຫາວິທະຍາໄລ ຈອງຄິງສາມຮ່ອມພູເຂົາ – ສປ ຈີນ
  • ສະຖາບັນການຄົ້ນຄວ້າວິໄຈດ້ານການກະເສດ, ມະຫາວິທະຍາໄລ ກະເສດສາດບໍໂກ – ອິນໂດເນເຊຍ
  • ມະຫາວິທະຍາໄລ ເຊຍຍາ ຄົວລາ – ອິນໂດເນເຊຍ