ໂຄງການກະສິກໍາແບບຍືນຍົງແມ່ນຖືກວາງໄວ້ໃນໂຄງຮ່າງລວມມີ 7 ໜ້າວຽກ; ພັດທະນາເພື່ອຊ່ວຍສົ່ງຕໍ່ຜົນຂອງການຈັດຕັ້ງປະຕິບັດໜ້າວຽກຕ່າງໆ

  • ໜ້າວຽກທີ 1 ການກໍານົດຫຼັກສູດ ແລະ ການປະເມີນຄວາມຕ້ອງການຂອງຫຼັກສູດທີ່ຄ້າຍຄືກັນໃນຂອບເຂດສາຍວິຊາ

    ເປົ້າໝາຍຂອງໜ້າທີ່ວຽກນີ້ແມ່ນເພື່ອສໍາຫຼວດ ແລະ ກໍານົດໂຄງການຫຼັກສູດດ້ານການກະສິກໍາແບບຍືນຍົງແລະເຕັກໂນໂລຊີສີ່ງແວດລ້ອມກະສິກໍາກໍ່ຄືຫຼັກສູດຝຶກອົບຮົມການຮຽນຮູ້ຕະຫຼອດຊີວິດ/ຫຼັກສູດໄລຍະສັ້ນທີ່ຄ້າຍຄືກັນທີ່ມີຢູ່ແລ້ວໃນສະຖາບັນການສຶກສາຊັ້ນສູງໃນເອີຣົບ ແລະ ອາຊີ.
  • ໜ້າວຽກທີ່ 2 ການສ້າງຂີດຄວາມສາມາດ ແລະ ພັດທະນາຫຼັກສູດ

    ຈຸດປະສົງຂອງໜ້າວຽກນີ້ແມ່ນເພື່ອໃຫ້ບັນດາຄູ່ຮວ່ມມືໃນເອີຣົບ ແລະ ອາຊີນໍາໃຊ້ຂໍ້ມູນຈາກໜ້າວຽກທີ່ 1 ພັດທະນາໂຄງການຫຼັກສູດປະລິນຍາໂທວິທິຍາສາດໃໝ່ດ້ານການກະສິກໍາແບບຍືນຍົງ ຈະເປັນຫຼັກສູດທີ່ຄົບຖ້ວນ ແລະ ປະສົມປະສານເຂົ້າໃນການສຶກສາທີ່ມີຄຸນພາບ ແລະ ການຮຽນຮຽນຮູ້ຕະຫຼອດຊີວິດໃນການກະສິກໍາແບບຍືນຍົງເຊີ່ງກວມເອົາຫຼາຍດ້ານເຊັ່ນ: ດ້ານເຕັກໂນໂລຊີກະສິກໍາ-ສີ່ງແວດລ້ອມທີ່ກ້າວໜ້າ.
  • ໜ້າວຽກທີ 3 ຝຶກອົບຮົມພະນັກງານວິຊາການ ແລະ ການກະກຽມການຈັດຕັ້ງປະຕິບັດຫຼັກສູດ

    ແມ່ນ ໜື່ງໃນວິທີການຫຼັກທີ່ໂຄງການການສິກໍາແບບຍືນຍົງຈະສ້າງຂີດຄວາມສາມາດໃນສະຖາບັນການສຶກສາຊັ້ນສູງຂອງອາຊີ ໂດຍຜ່ານການພັດທະນາ ຄວາມເປັນມືອາຊີບຂອງພະນັກງານວິຊາການ ແລະ ພະນັກງານບໍລິຫານ. ໂອກາດການພັດທະນາດ້ານອາຊີບໃນສະຖາບັນການສຶກສາຊັ້ນສູງ (ລວມທັງໃນເອີຣົບ) ຜ່ານທາງໂຄງການແມ່ນມີຈໍາກັດ, ຜ່ານທາງໂຄງການນີ້ ອາຈານສອນຈະໄດ້ຮັບໂອກາດພົບປະບຸກຄົນຕ່າງໆໃນຂະແໜງດຽວກັນກັບພວກເຂົາເຈົ້າໃນຕ່າງປະເທດ.
  • ໜ້າວຽກທີ 4 ການຮັບຮອງ ແລະ ການຈັດຕັ້ງປະຕິບັດຫຼັກສູດ

    ໃນໜ້າວຽກທີ 4, ທຸກກິດຈະກໍາ ແລະ ການຈັດຕັ້ງປະຕິບັດໜ້າວຽກໃນໂຄງການກ່ອນໜ້ານີ້ແມ່ນຈະຖືກທົດສອບຄືດັ່ງຄູ່ຮ່ວມມືສະຖາບັນການສຶກສາຊັ້ນສູງຂອງອາຊີ ຈະຈັດຕັ້ງປະຕິບັດໂຄງການຫຼັກສູດດັ່ງກ່າວ. ບາດກ້າວທີ່ຈໍາເປັນກ່ອນການຈັດຕັ້ງປະຕິບັດໜ້າວຽກແມ່ນການຮັບຮອງຜົນສໍາເລັດຂອງໂຄງການຫຼັກສູດປະລິນຍາໂທວິທະຍາສາດໃນ ສສ ຫວຽດນາມ, ສປປ ລາວ, ສປ ຈີນ ແລະ ອິນໂດເນເຊຍ.
  • ໜ້າວຽກທີ 5 ການປະກັນຄຸນນະພາບ ແລະ ການຕິດຕາມກວດກາ

    ມີຈຸດປະສົງ ເບີ່ງດ້ານຄຸນນະພາບເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການວ່າຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ໄດ້ຮັບຜົນຜະລິດທີ່ມີຄຸນນະພາບພຽງພໍ ເພື່ອຖືກພິຈາລະນາ “ສູງ”. ໜ້າວຽກນີ້ມີຄວາມກ່ຽວຂ້ອງກັບທຸກນໜ້າວຽກອື່ນໆ, ໂດຍສະເພາະການຄຸ້ມຄອງຈຸດປະສົງແມ່ນເພື່ອສະໜອງຊຸດເຄື່ອງມືຕິດຕາມ ແລະ ການຈັດຕັ້ງສໍາລັບກິດຈະກໍາຂອງໂຄງການ.
  • ໜ້າວຽກທີ 6 ການເຜີຍແຜ່ຂໍ້ມູນ ແລະ ການສະແຫວງຫາການນໍາໃຊ້ປະໂຫຍດ

    ການໂຄສະນາເຜີຍແຜ່ຈະຖືກກໍານົດເປົ້າໝາຍ, ຂະບວນການທີ່ເປັນລະບົບນັ້ນຈະຖືກປະຖີ້ມໃນເວລາສິ້ນສຸດໂຄງການ.

    ໜ້າງວຽກນີ້ ມີຈຸດປະສົງເພື່ອ:

    • ເຜີຍແຜ່ຂໍ້ມູນກ່ຽວກັບໂຄງການໃຫ້ແກ່ຜູ້ຄົນທົ່ວໄປໃຫ້ກວ້າຂວາງ ໂດຍຜ່ານກຸ່ມເປົ້າໝາຍທີ່ມີຄວາມເປັນໄປໄດ້ສູງ.
    • ຮັບປະກັນຄວາມຍືນຍົງ ຂອງຜົນໄດ້ຮັບຂອງໂຄງການໂດຍຜ່ານການວາງແຜນການຊອກຫາຜົນປະໂຫຍດທີ່ເໝາະສົມ
    • ການເຜີຍແຜ່ ແລະ ການຂະຫຍາຍຄູ່ຮ່ວມມືທີ່ຖືກສ້າງຕັ້ງຂື້ນລະຫວ່າງສະຖາບັນການສຶກສາຊັ້ນສູງຂອງເອີຣົບ ແລະ ອາຊີກໍ່ຄືພາກສ່ວນກ່ຽວຂ້ອງອື່ນໆທີ່ມີສ່ວນຮ່ວມໃນໄລຍະຂອງໂຄງການ.
  • ໜ້າວຽກທີ 7 ການຄຸ້ມຄອງ ແລະ ການປະສານງານ

    ຈຸດປະສົງຂອງໜ້າວຽກນີ້ສາມາດສະຫຼຸບໄດ້ດັ່ງຕໍ່ໄປນີ້:

    • ການຮ່ວມກັນຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ
    • ການຄຸ້ມຄອງການພົວພັນພາຍນອກຂອງໂຄງການ ກັບອົງການຕົວແທນການບໍລິຫານການສຶກສາ, ສຽງ ແລະ ວັດທະນະທໍາ ແລະ ຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ
    • ຮັບປະກັນການປ້ອນຂໍ້ມູນພາຍນອກຈາກຜູ້ປະຕິບັດຈິງໃນພາກສະໝາມ