ພາບລວມຂອງໂຄງການກະສິກໍາແບບຍືນຍົງ

ໂຄງການກະສິກໍາແບບຍືນຍົງມີຈຸດປະສົງໃນການພັດທະນາທັກສະທີ່ມີຄວາມກ້າວໜ້າໃຫ້ແກ່ພະນັກງານວິຊາການ, ນັກສຶກສາ ແລະ ພະນັກງານຜູ້ທີ່ເຮັດໜ້າສົ່ງເສີມດ້ານກະສິກໍາ ຂອງສະຖາບັນການສຶກສາຊັ້ນສູງທີ່ເປັນຄູ່ຮ່ວມໃນ ສປປ ລາວ, ສສ ຫວຽດນາມ, ສປ ຈີນ ແລະ ອິນໂດເນເຊຍ, ໂດຍການພັດທະນາຫູັກສູດໃໝ່ ແລະ ສ້າງໂຄງການຫູັກສູດປະລິນຍາໂທວິທະຍາສາດໃດໜື່ງທີ່່່ມີການປະຍຸກໃຊ້ແບບປະສົມປະສານໃນທາງປະຕິບັດ ການນຳໃຊ້ການຄົ້ນຄວ້າວິໄຈເຂົ້າໃນການພັດທະນາກະສິກໍາໃນຍົກປະຈຸບັນ.

ຈຸດປະສົງຂອງພວກເຮົາແມ່ນເພື່ອໃຫ້ຄວາມຮູ້, ທັກສະ ແລະ ຄວາມສາມາດແກ່ພາກສ່ວນກ່ຽວຂ້ອງດ້ານກະສິກໍາ, ໃນຂົງເຂດເຕັກໂນໂລຊີດ້ານກະສິກໍາ-ສີ່ງແວດລ້ອມເພື່ອການກະສິກໍາແບບຍືນຍົງ

ຈຸດປະສົງຂອງໂຄງການການກະສິກໍາແບບຍືນຍົງ

  • ພັດທະນາ

    ເພື່ອພັດທະນາຫຼັກສູດໃໝ່ສະເພາະ ແລະ ຫຼັກສູດປະລິນຍາໂທວິທະຍາສາດດ້ານກະສິກໍາຍືນຍົງແບບໃໝ່ ທີ່ຊ່ວຍສ້າງຂີດຄວາມສາມາດຂອງສະຖາບັນການສຶກສາຊັ້ນສູງໃນ ອາຊີ, ປັບປຸງລະດັບຄວາມສາມາດ ແລະ ທັກສະທີ່ໄດ້ສະເໜີໃຫ້ ແລະ ແກ້ໄຂຈຸດທີ່ຂາດຕົກບົກຜ່ອງຂອງໂຄງການຫຼັກສູດທີ່ຄ້າຍຄືກັນທີ່ມີຢູ່ແລ້ວ.

  • ສົ່ງເສີມການຮ່ວມມື

    ເພື່ອສົ່ງເສີມການຮ່ວມມື, ແລກປ່ຽນຄວາມຮູ້ ແລະ ການຈັດຕັ້ງປະຕິບັດທີ່ດີໃນຂອບເຂດລາຍວິຊາ ລະຫວ່າງສະຖາບັນການສຶກສາຊັ້ນສູງຂອງເອີຣົບ ແລະ ອາຊີ.

  • ຈັດຕັ້ງການເຮັດວຽກຮ່ວມ

    ເພື່ອຈັດຕັ້ງການເຮັດວຽກຮ່ວມກັນ ແລະ ເຊື່ອມໂຍງກັບອຸດສະຫະກໍາການກະສິກໍາໃນພາກພື້ນ ເພື່ອຕອບສະໜອງຄວາມຕ້ອງການບຸກຄະລາກອນ ໃນດ້ານກະສິກໍາແບບຍືນຍົງຂອງພວກເຂົາ, ຄວາມຕ້ອງການການຝຶກອົບຮົມ ແລະ ເພີ່ມຄວາມສາມາດໃນການຈ້າງງານຂອງນັກສຶກສາທີ່ຈົບຫຼັກສູດໂຄງການກະສິກໍາແບບຍືນຍົງ.